ໂຮງຮຽນKhammouaneບໍລິຫານທຸລະກິດ ໃນເມື່ອກ່ອນເປັນ ໂຮງຮຽນ ຣັຕນະການຄ້າ ໄດ້ສ້າງຕັ້ງຂຶ້ນວັນທີ: 02/03/1974 ໂດຍໄດ້ຮັບອະນຸມັດຈາກ ກະຊວງສຶກສາກິລາ ແລະ ທໍາມະການ ໃນເມື່ອກ່ອນ, ໂຮງຮຽນ ຣັຕນະການຄ້າ ມີສຳນັກງານຕັ້ງຢູ່: ບ້ານ ທາດຂາວ ເມືອງ ສີສັດຕະນາກ ກຳແພງນະຄອນວຽງຈັນ ແລະ ມີສາຂາຕັ້ງຢູ່ບ້ານ ໜອງດ້ວງ ເມືອງ ສີໂຄດຕະບອງ ກຳແພງ ນະຄອນວຽງຈັນ, ເປີດສອນຫລັກສູດວິຊາຊີບໄລຍະສັ້ນ 3 ເດືອນ, 6 ເດືອນ ແລະ 1 ປີ ເຊັ່ນ: ວິຊາພີມດີດ, ວິຊາເລຂານຸການ, ວິຊາການບັນຊີ ແລະ ວິຊາພາສາຕ່າງປະເທດ
.ຕົກມາປີ 1992 ທາງ ໂຮງຮຽນ ຣັຕນະ ການຄ້າ ໄດ້ຍົກຍ້າຍຈາກທາດຂາວມາຕັ້ງຢູ່ບ້ານ ສະພານທອງເໜືອ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ຕໍ່ມາປີ 1994 ທາງ ໂຮງຮຽນ ຣັຕນະ ການຄ້າ ໄດ້ມີສ້າງຫລັກສູດ ບໍລິຫານທຸລະກິດ ເພື່ອນໍາເໜີຕໍ່ກະຊວງສຶກສາທິການ ເພື່ອຂໍຍົກເປັນວິທະຍາໄລ ຣັຕນະ ບໍລິຫານທຸລະກິດ, ຈຶ່ງໄດ້ຮັບອະນຸມັດຈັດຕັ້ງການຮຽນ–ການສອນ
ຫລັກສູດຊັ້ນສູງ ບໍລິຫານທຸລະກິດ ລະບົບ 5 ປີ, ປະກອບດ້ວຍ 3 ສາຂາວິຊາຄື: ສາຂາວິຊາ ການບໍລິຫານທົ່ວໄປ, ສາຂາວິຊາ ການເງິນ-ການທະນາຄານ, ສາຂາວິຊາ ພາສາອັງກິດທຸລະກິດ ຈາກນັ້ນປີ 2000-2001 ທາງວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ຈຶ່ງໄດ້ມີການປັບປຸງ ແລະ ພັດທະນາຫລັກສູດ ລະດັບປະລິນຍາຕີ ບໍລິຫານທຸລະກິດຂຶ້ນ ແລະ ໄດ້ຮັບອະນຸມັດເປີດສອນຫລັກສູດ ລະດັບປະລິນຍາຕີບໍລິຫານທຸລະກິດ ຈາກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ່ 1860/ສສ.ອຊ/2002 ລົງວັນທີ 11/11/2002 ແລະ ໃນປີ 2006 ກໍ່ໄດ້ຮັບອະນຸມັດເປີດການສອນຫລັກສູດ ລະດັບປະລິນຍາໂທ ບໍລິຫານທຸລະກິດ ພາຍໃຕ້ໂຄງການຮ່ວມມືດ້ານວິຊາການລະຫວ່າງ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ (ສປປ ລາວ) ກັບ ວິທະຍາໄລ ສັນຕະພົນ (ປະເທດໄທ)
ຕາມໃບອະນຸຍາດ ເລກທີ່ 3677/ສສ.ອຊ/2006, ລົງວັນທີ 27/11/2006, ປະຈຸບັນວິທະຍາໄລ ຣັຕນະບໍລິຫານທຸລະກິດ ມີສະຖານທີ່ຮຽນຢູ່ສອງບ່ອນຄື: ສະຖານທີ່ຮຽນ 1 ຕັ້ງຢູ່ບ້ານ ສະພານທອງ ເໜືອ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ສະຖານທີ່ຮຽນ 2 ຕັ້ງຢູ່ບ້ານ ອີ່ໄລ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ມີສາຂາຢູ່ຕ່າງແຂວງ 2 ແຫ່ງຄື: ວິທະຍາໄລ ຣັຕນະບໍລິຫານທຸລະກິດ ສາຂາ ແຂວງ ອຸດົມໄຊ, ຊຶ່ງໄລຍະຜ່ານມາໄດ້ຮັບອະນຸມັດເປີດສອນ ຫລັກສູດບໍລິຫານທຸລະກິດຊັ້ນສູງ, ປະລິນຍາຕີ: ສາຂາວິຊາ ການບໍລິຫານທົ່ວໄປ, ສາຂາວິຊາ ການເງິນ–ການທະນາຄານ ແລະ ສາຂາວິຊາ ພາສາອັງກິດທຸລະກິດ ແລະ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ສາຂາ ເມືອງ ປາກລາຍ ແຂວງ ໄຊຍະບູລີ ຊຶ່ງໄລຍະ ຜ່ານມາໄດ້ຮັບອະນຸມັດ ເປີດສອນຫລັກສູດບໍລິຫານທຸລະກິດ ຊັ້ນສູງ, ສາຂາວິຊາ ການບໍລິຫານທົ່ວໄປ, ສາຂາວິຊາ ການ ເງິນ–ການທະນາຄານ ແລະ ສາຂາວິຊາ ພາສາອັງກິດທຸລະກິດ, ມາເຖິງປະຈຸບັນທາງ ວິທະຍາໄລ ຣັຕນະ ບໍລິຫານທຸລະກິດ ແລະ ທຸກສາຂາຕ່າງໆ ຂອງວິທະຍາໄລ ແມ່ນໄດ້ປະຕິບັດຕາມຄຳສັ່ງແນະນຳ ສະບັບ ເລກທີ: 155/ສສກ, ລົງວັນທີ: 31/ມັງກອນ/2013 ຢ່າງເຂັ້ມງວດ.
ສາຂາວິຊາ ພື້ນຖານຄອມພິວເຕີ
ສາຂາວິຊາ JavaScript ເບື້ອງຕົ້ນ
ສາຂາວິຊາ ການຕະຫຼາດອອນລາຍ
ສາຂາວິຊາ Microsoft Word & Excel
ສາຂາວິຊາ ການອອກແບບເວັບໄຊທ໌
ສາຂາວິຊາ ການຕັດຕໍ່ວິດີໂອ
ສາຂາວິຊາ HTML & CSS ພື້ນຖານ
ສາຂາວິຊາ Python ພື້ນຖານ
ສາຂາວິຊາ ອອກແບບກຣາຟິກ
ສາຂາວິຊາ Photoshop / Canva
ສາຂາວິຊາ ສ້າງໂປສເຕີ ແລະ ສື່ອອນລາຍ